Archive for July, 2008

ຜູທີ່ບໍ່ຖືກນິນທາ ບໍ່ມີໃນໂລກ

Saturday, July 19th, 2008

ຍົກເອົາຄຳສອນຂອງພະພຸດທະເຈົ້າ ມາເປັນຫົວຂໍ້

ເພາະເຊື່ອໃນຄຳສອນ ຂອງພຸດທະອົງ, ບໍ່ມີໃຜ ທີ່ຈະບໍ່ຖືກນິນທາ ແມ່ນແຕ່ພຸດທະອົງເອງ

ເກີດເປັນຄົນຍ່ອມເປັນທຳມະດາທີ່ຈະຖືກນິນທາ ບໍ່ມີໃຜທີ່ຈະຖືກໃຈໝົດທຸກຄົນ ທຸກໆຄົນຍອມມີທັງຜູ້ທີ່ຮັກ ແລະ ຜູ້ທີ່ຊັງ ການທີ່ຈະເຮັດໃຫ້ຖືກໃຈໝົດຄົງເປັນເລື່ອງທີ່ໄກເກີນຄວາມເປັນຈິງ

ເພາະບັງເອີນຢູ່ດີໆ ເລື່ອງບໍ່ເປັນເລື່ອງກະເກີດຂຶ້ນກັບເຮົາ

ບໍ່ຮູ້ວ່າໄປເຮັດອິຫຍັງໄວ້ຕອນໃດ

ກັບມາອີກຄັ້ງ ໂອ້!!!!!!!!! ພຸດໂທ ທຳໂມ ສັງໂຄ ເປັນຂີ້ປາກຊາວບ້ານໄປຊຳ້

ເມື່ອຄວາມຮັກຂອງຂ້ອຍ ມາເຖິງຕອນ…ຕ້ອງເລີກລາ

Monday, July 14th, 2008

ຊື່ບລັອກພົບຮັກ ພັດເລີ່ມຕົ້ນດ້ວຍຫົວຂໍ້ ແຫ່ງການເລີກລາ… ອ່ານໄປແລ້ວຄົງຈະເຂົ້າໃຈໄດ້ເອງ

ແດ່ຄົນທີ່ຜ່ານໆມາ, ຄວາມຮູ້ສຶກດີໆ ຢັງມີໃຫ້ທຸກໆຄົນ… ພຽງແຕ່ເຮົາບໍ່ໄດ້ເກີດມາ ເພື່ອທີ່ຈະເປັນຄູ່ກັນ

ຕ້ອງຂອບໃຈ ໃນສິ່ງໃດກໍຕາມ ທີ່ເຮັດໃຫ້ເຮົາມາພົບກັນ ແລະ ເຮັດໃຫ້ເຮົາຮູ້ສຶກແບບດຽວກັນ ເຖິງແມ້ຈະເປັນເວລາພຽງຊ່ວງສັ້ນໆກໍຕາມ, ຮູ້ບໍ່ວ່າມັນມະຫັດສະຈັນສ່ຳໃດ ທີ່ຄົນສອງຄົນ ຈາກຫຼາຍລ້ານຄົນ ທີ່ຈະມາຮູ້ສຶກແບບດຽວກັນ, ຮູ້ສຶກໃນສິ່ງສວຍງາມ ທີ່ມີໃຫ້ ກັນແລະກັນ….

ເຖິງເຮົາຈະມາຄົ້ນພົບພາຍຫຼັງກໍຕາມ ວ່າສິ່ງທີ່ໃຫ້ກັນນັ້ນ ມັນບໍ່ສາມາດມີໄດ້ອີກຕໍ່ໄປ….

ເຮົາຕ່າງກໍຕ້ອງເຈັບຊ້ຳ ແລະ ມີນ້ຳຕາ ເວລາທີ່ຕ້ອງຈາກກັນ, ແຕ່ເຮົາມີນ້ຳຕາໄປເພື່ອຫຍັງ? ອາດເປັນເພາະໃນໃຈເລິກໆຂອງເຮົາ (ຫຼື ທຸກໆຄົນ) ທີ່ຢ້ານການຕັດສິນໃຈ…..

ຈະເປັນເພາະສາເຫດໃດກໍຕາມ ເມື່ອມັນມາເຖິງຈຸດນີ້ ເຮົາຕ້ອງທຳໃຈຍອມຮັບມັນ, ເພາະເຮົາຢູ່ໃນໂລກແຫ່ງຄວາມຈິງ ທີ່ບໍ່ໄດ້ສວຍງາມຄືໂລກແຫ່ງຄວາມຝັນ… ຖ້າເຮົາຢູ່ກັບມັນໄດ້ ແລ້ວເຮົາຈະເຂົ້າໃຈ ວ່າສິ່ງທີ່ມັນເກີດຂຶ້ນ ມັນຊ່ວຍຂັດເກົາຈິດໃຈຂອງເຮົາໃຫ້ເຂັ້ມແຂງຂຶ້ນພຽງໃດ.

ການທີ່ຕ້ອງເລີກລາ ມັນເປັນຄວາມຮູ້ສຶກທີ່ເຈັບປວດ, ບໍ່ມີໃຜທີ່ຢາກພົບ ແຕ່ເມື່ອກ້າທີ່ຈະຮັກ ກໍຕ້ອງພ້ອມທີ່ຈະຮັບມືກັບມັນ. ທຸກໆສິ່ງ ມັນຍ່ອມມີສອງດ້ານ ແລ້ວແຕ່ເຮົາຈະເບິ່ງມັນຈາກມຸມໃດ, ໃນເມື່ອເຮົາມາເຖິງຈຸດທີ່ຕ້ອງກ່າວຄຳອຳລາ ກໍບໍ່ຕ້ອງຢ້ານຫຍັງອີກຕໍ່ໄປ.

ຄວາມຮັກມັນກໍເປັນແບບນີ້ລະ ມີຮອບວຽນຂອງມັນເອງ, ການທີ່ຕ້ອງເລີກລາໃນມື້ນີ້ ລອງຄິດໃຫ້ດີໆ ມັນເປັນການເລີ່ມຕົ້ນໃໜ່ອີກຄັ້ງ, ເລີ່ມຕົ້ນທີ່ຈະຫັນມາດູແລຕົນເອງ ເພື່ອທີ່ຈະມອງຫາ ຄວາມຮັກຄັ້ງໃໝ່ໆ, ບໍ່ມີປະໂຫຍດ ທີ່ເຮົາຈະຈົມຢູ່ກັບ ຄວາມເຈັບຊ້ຳ ທີ່ເຮົາອາດບໍ່ໄດ້ເປັນຄົນເລືອກທີ່ຈະໃຫ້ເປັນແບບນັ້ນກໍຕາມ, ແຕ່ເຮົາເລືອກໄດ້ນິ ວ່າຈະເຮັດແນວໃດກັບຕົນເອງ, ດູແລຕົນເອງໃຫ້ພ້ອມ ກັບຄັ້ງຕໍ່ໄປທີ່ສົດໃສກວ່າເກົ່າ, ບໍ່ມີປະໂຫຍດ ທີ່ຈະຈົມຢູ່ກັບມັນ

ເປັນເລື່ອງປົກກະຕິ ທີ່ຮັກແລ້ວຕ້ອງເຈັບເພາະການເລີກລາ ແຕ່ຈະບໍ່ປົກກະຕິ ຖ້າເຈັບແລ້ວບໍ່ລຸກຂຶ້ນມາເພື່ອເລີ່ມໃໜ່

ສຸດທ້າຍ ເຖິງຄົນທີ່ຜ່ານໆມາ ເຮົາຍັງຄົງເປັນເພື່ອນທີ່ດີຕໍ່ກັນ, ເພື່ອນທີ່ພ້ອມ ຈະເຂົ້າໃຈ ແລະ ໃຫ້ຄຳປຶກສາ, ຕິດຕໍຫາກັນແນ່ ເປັນບາງຄັ້ງ ຢ່າງນ້ອຍເຮົາກໍເປັນຄົນທີ່ຄັ້ງໝຶ່ງ ເຄີຍເຂົ້າໃຈກັນ ຫາແມ່ນຄົນອຶ່ນໄກ

ຈົບເພື່ອທີ່ຈະເລີ່ມໃໜ່ ນີ້ລະຫົວໃຈຂອງຄົນເຂັ້ມແຂງ